ຄະນະນຳກົມປູກຝັງ ຕິດຕາມ ການນໍາກະຊວງລົງເຮັດວຽກຢູ່ເຂດໄພນໍ້າຖ້ວມ ຢູ່ແຂວງ ຄໍາມ່ວນ
ໃນຕອນວັນທີ 30 ກໍລະກົດ 2018 ທີ່ຜ່ານມາ, ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ລົງຕິດຕາມເຮັດວຽກຢູ່ເຂດປະສົບໄພທາງທໍາມະຊາດ(ນໍ້າຖ້ວມ) ແຂວງ ຄໍາມ່ວນ. ຈຸດປະສົງແມ່ນເພື່ອຕິດຕາມສະພາບຜົນກະທົບຂອງນ້ຳຖ້ອມຕໍ່ກັບສະພາບການຜະລິດກະສິກຳ ແລະ ມາດຕະການໃນການແກ້ໄຂສະເພາະໜ້າ ແລະ ໄລຍະຍາວ.
ໃນການລົງມາເຮັດວຽກຄັ້ງນີ້ ໄດ້ຮັບຟັງການລາຍງານຂໍ້ມູນເບື້ອງຕົ້ນ ຈາກ ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໄດ້ລາຍງານໃຫ້ຮູ້ວ່າ: ສໍາລັບໄພພິບັດທາງທໍາມະຊາດທີ່ເກີດຂຶ້ນພາຍໃນແຂວງເປັນຕົ້ນ: ແມ່ນສະພາບໄພນໍ້າຖ້ວມ, ນັບແຕ່ວັນທີ 23 ກໍລະກົດ 2018 ຜ່ານມາໄດ້ມີຝົນຕົກຢ່າງຕໍ່ເນື່ອງເຮັດໃຫ້ນໍ້າເຊບັ້ງໄຟ, ນໍ້າຫີນບູນ, ນໍ້າເຊນ້ອຍ ລົ້ນຝັງ ໄຫຼເຂົ້າຖ້ວມ