DOA

ປູກຝັງທັນສະໄໝ ສະອາດ ປອດໄພ ໃສ່ໃຈຄຸນນະພາບ ໜັ້ນຄົງ ຍືນຍົງ ເປັນສິນຄ້າ

  • PDF

ອຸດສະຫະກຳ ມັນຕົ້ນ ສ່ຽງເນື່ອງຈາກການປ່ຽນແປງ ຂອງສະພາບດິນຟ້າອາກາດ

  • Monday, 16 April 2012 13:05

“ອຸດສະຫະກຳມັນຕົ້ນຫຼາຍພັນລ້ານໂດລາຂອງອາຊີຕາ ເວັນອອກສຽງໃຕ້ ມີຄວາມສຽງສູງເນື່ອງຈາກການ ປ່ຽນແປງຂອງສະພາບດິນຟ້າອາກາດ” ພືດທີ່ສຳຄັນໃນການເຮັດແປ້ງ, ອາຫານສັດ ແລະ ພະລັງງານຊີວະພາບພວມພົບກັບຄວາມສ່ຽງ, ອີງຕາມການຄົ້ນຄວ້າຂອງກອງປະຊຸມການກະສິກຳ ຮັບມືທັນກັບການປ່ຽນແປງດິນຟ້າອາກາດໃນບາງກອກ.

CIAT press release, BANGKOK (12 APRIL 2012) ການແຜ່ລະບາດຂອງສັດຕູພືດທີ່ຮຸກຮານຊະນິດໃໝ່ເຊິ່ງເກີດຈາກການເພີ່ມຂຶ້ນຂອງອຸນຫະພູມ ເຊິງສາມາດເປັນໄພຂົ່ມຂູ່ຕໍ່ກັບອຸດສະຫະກຳມັນຕົ້ນ ມູນຄ່າພັນລ້ານໂດລາຫຼາຍລາຍໃນເຂດອາຊີຕາເວັນອອກສຽງໃຕ້, ກໍຄືສົ່ງຜົນກະທົບຕໍ່ຊີວິດ ການເປັນຢູ່ຂອງຊາວກະສິກອນຫຼາຍຮ້ອຍພັນຄົນ ທີ່ອີງອາໄສລາຍໄດ້ຈາກການຂາຍມັນຕົ້ນ, ອີງຕາມການຄົ້ນຄວ້າຈາກສູນກະສິກຳເຂດຮ້ອນສາກົນ(CIAT).
“ສະພາບທີ່ຮ້ອນຂຶ້ນ ແລະ ການແກ່ຍາວຂຶ້ນຂອງລະດູແລ້ງເນື່ອງຈາກການປ່ຽນແປງດິນຟ້າອາກາດ
ສາມາດເປັນເງື່ອນໄຂທີ່ເໝາະສົມໃຫ້ກັບການລະບາດຂອງສັດຕູພືດ ແລະ ພະຍາດຕ່າງໆ ເຊິ່ງພວກມັນເປັນສັດຕູໂຕຮ້າຍທຳລາຍພືດທີ່ເປັນອາຫານ,” ທ່ານ Pramod K. Aggarwal, ຫົວໜ້າແຜນງານໃນພາກພື້ນອາຊີຕາເວັນອອກສຽງໃຕ້ CGIAR, ແຜນງານຄົ້ນຄວ້າການປ່ຽນແປງສະພາບດິນຟ້າອາກາດ, ການກະສິກຳ ແລະ ຄວາມໝັ້ນຄົງທາງອາຫານ (CCAFS). ມີຜູ້ຜະລິດໃນອາຊີຕາເວັນອອກສຽງໃຕ້ປະມານຫ້າລ້ານຄົນທີ່ສະໜອງມັນຕົ້ນໃຫ້ແກ່ອຸດສະຫະກຳການຜະລິດພາຍໃນ ແລະ ຕ່າງປະເທດ, ເຊິ່ງປ່ຽນຫົວມັນເປັນອາຫານສັດ ແລະ ພະລັງງານຊີວະພາບ. ນອກນັ້ນກໍ່ຍັງນຳໃຊ້ເຮັດອາຫານໄດ້ຫຼາຍຢ່າງ ແລະ ໃຊ້ເຮັດເປັນຜະລິດຕະພັນອື່ນໆ. ອຸດສະຫະກຳມັນຕົ້ນຂອງໄທກວມເອົາການສົ່ງອອກສູ່ຕະຫຼາດໂລກແມ່ນ 60%, ເຊິ່ງເປັນໜຶ່ງໃນຜູ້ສົ່ງອອກແປ້ງມັນຕົ້ນທີ່ໃຫຍ່ທີ່ສຸດຂອງໂລກ

ໃນປີ 2011, ຊາວກະສິກອນໄທສົ່ງແປ້ງມັນຕົ້ນອອກ 2.8 ພັນລ້ານໂຕນ ເຊິ່ງມີມູນຄ່າເກືອບ 48
ພັນລ້ານບາດ, ອີງຕາມສະມາຄົມແປ້ງມັນຕົ້ນໄທ. ສຳລັບມັນຕົ້ນໃນອາຊີຕາເວັນອອກສຽງໃຕ້, ເພ້ຍ ແລະ ແມງວັນຂາວເປັນສັດຕູພືດສະເພາະຖິ່ນ, ແຕ່ໄພຂົ່ມຂູ່ໃໝ່, ໄດ້ແກ່ ແມງຂຽວນ້ອຍ (Mononychellus mcgregori), ເຊິ່ງກຳລັງເກີດຂຶ້ນມາ, ບົດຄົ້ນຄ້ວາໄດ້ລະບຸໄວ້ໃນໜັງສືວາລະສານ ວິທະຍາສາດຂອງຊີວະວິທະຍາພືດເຂດຮ້ອນ. “ສະຖານະການສັດຕູພືດໃນອາຊີແມ່ນຮ້າຍແຮງ, ທ່ານ Tony Bellotti ຊ່ຽວຊານມັນຕົ້ນທີ່ CIAT ກ່າວ,” ແຕ່ອີງຕາມການສຶກສາ, ການເພີ່ມຂຶ້ນຂອງອຸນະພູມສາມາດເຮັດໃຫ້ຫຼາຍສິ່ງຮ້າຍແຮງຂຶ້ນ.ການຄົ້ນຄວ້າຖືກປຶກສາຫາລືກັນໃນກອງປະຊຸມ “ການກະສິກຳຮັບມືທັນກັບສະພາບດິນຟ້າອາກາດໃນເອເຊຍ: ການຄົ້ນຄວ້າ ແລະ ການພັດທະນາບຸລິມາສິດ,” ເຊິ່ງຈັດຂຶ້ນຢູ່ບາງກອກໃນອາທິດນີ້ໂດຍສະມາຄົມຄົ້ນຄວ້າກະສິກຳເອເຊຍປາຊີຟິກ(APAARI), CGIAR ແຜນງານຄົ້ນຄວ້າການປ່ຽນແປງສະພາບດິນຟ້າອາກາດ, ການກະສິກຳ ແລະ ຄວາມໝັ້ນຄົງທາງ ດ້ານອາຫານ(CCAFS), ອົງການອຸຕຸສາກົນ, (WMO) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ. “ການລະບາດຂອງຊະນິດພັນທີ່ຮຸກຮານແມ່ນບໍ່ດີຢູ່ແລ້ວ, ແຕ່ຜົນການສຶກສາຂອງພວກເຮົາສະແດງໃຫ້ເຫັນການປ່ຽນແປງສະພາບດິນຟ້າອາກາດສາມາດມີຜົນກະທົບເກີດອີກຫຼາຍຢ່າງ, ການລະບາດແບບປະສົມປະສານຜ່ານອາຊີຕາເວັນອອກສຽງໃຕ້, ພາກໃຕ້ຂອງຈີນ ແລະ ເຂດທີ່ມີການປູກມັນຕົ້ນໃນພາກໃຕ້ຂອງອິນເດຍ,” ທ່ານ Belloti ກ່າວເພີ່ມ.“ມັນເປັນໄພຂົ່ມຂູ່ອັນຮ້າຍແຮງຕໍ່ຊາວກະສິກອນຂະໜາດນ້ອຍຫຼາຍຮ້ອຍຫຼາຍພັນຄົນ ເຊິ່ງມັນຕົ້ນເປັນການດຳລົງຊີວິດ,
ແລະ ເປັນແຫຼ່ງລາຍໄດ້ຫຼັກ. ແມງຂຽວພົບເຫັນໃນສວນມັນຕົ້ນຢູ່ຫວຽດນາມໃນປີ 2009, ແລະ
ມີການລາຍງານເພີ່ມຕື່ມຈາກຈີນໃຕ້ ແລະ ການພົບເຫັນຢ່າງບໍ່ໄດ້ຢັ້ງຢືນໃນກຳປູເຈຍປີ 2011. ມັນມີຕົ້ນກຳເນີດມາຈາກອາເມຣິກາໃຕ້, ແມ່ງໄມ້ນ້ອຍຫົກຂາກິນໃບມັນຕົ້ນ, ເຮັດໃຫ້ມັນຂາວຂຶ້ນ ແລະ ຕາຍ. ມັນມີຄວາມກ່ຽວພັນໃກ້ຄຽງກັບແມງຂຽວຊະນິດພັນ Mononychellus tanajoa, ເຊິ່ງໄດ້ທຳລາຍມັນຕົ້ນໃນອາຟຣິກກາ ແລະ ອາເມຣິກາໃຕ້ຢ່າງກວ້າງຂວາງ. ຊະນິດພັນທີ່ຄຸກຄາມນີ້-ມີການເຄື່ອນຍ້າຍຢ່າງກວ້າງຂວາງທົ່ວໂລກ, ເຊິ່ງບໍ່ມີໂຕກິນແມງຂຽວທີ່ວ່ານີ້ໃນເອເຊຍເຊິ່ງເຮັດ ໃຫ້ປະຊາ ກອນ ຂອງມັນເພີ່ມຂຶ້ນຢ່າງໄວ ຖ້າຫາກບໍ່ມີການກວດກາ. ບົດລາຍງານຮຽກຮ້ອງ ໃຫ້ມີການຕອບສະໜອງເພື່ອຫຼຸດຜ່ອນຄວາມສ່ຽງຂອງການລະບາດ ແລະ ເພື່ອຈຳກັດການທຳລາຍບ່ອນທີ່ມີການລະບາດ ພາຍໃຕ້ການຈັດການສັດຕູພືດແບບປະສົມປະສານ. ສິ່ງນີ້ລວມເຖິງການນຳໃຊ້ວິທະຍາສາດທີ່ສຸມໃສ່ການຂະຫຍາຍພັນມັນຕົ້ນໂດຍໃຫ້ມີພູມຕ້ານທານກັບສັດຕູພືດ, ຫຼຸດຜ່ອນການໃຊ້ຢາຂ້າສັດຕູພືດເພື່ອຫຼີກລ້ຽງການທຳລາຍທຳມະຊາດ, ກໍຄືການສົ່ງເສີມ ແລະ ສະເໜີວິທີທີ່ເອີ້ນວ່າ “ການຄວບຄຸມໂດຍຊີວະ ”ຕົວລ່າ ແລະ ຊະນິດກາຝາກທີ່ລ່າ ແລະ ຂ້າສັດຕູພືດ.

ໃນປີ 2009, ໄທສະແດງໃຫ້ເຫັນວ່າ ການລະບາດຢ່າງໄວ ແລະ ໜັກຂອງເພ້ຍກິນ ມັນຕົ້ນສາມາດຄວບຄຸມໄດ້ໂດຍໂຕຕໍ່ ( Anagyrus lopezi)ເປັນໂຕກິນ, ເຊິ່ງໄດ້ປ່ອຍເຂົ້າໃນສວນມັນຕົ້ນໃນປີ 2010. “ການລະບາດຂອງສັດຕູພືດຈຳເປັນຕ້ອງໄດ້ມີການຕິດຕາມ, Bellotti ກ່າວ.

“ການຄົ້ນຄວ້າ ສະແດງໃຫ້ເຫັນວ່າ ມີຫຼາຍບ່ອນທີ່ຊະນິດພັນດັ່ງກ່າວສາມາດລະບາດໄດ້, ບໍ່ແມ່ນມີພຽງໃນເອເຊຍ, ແຕ່ຍັງມີໃນອາຟຣິກກາ ແລະ ອາເມຣິການຳ.” ນັກວິທະຍາສາດ ເນັ້ນວ່າ
ການຊີ້ໃຫ້ເຫັນໄພຂົ່ມຂູ່ທີ່ມີຕໍ່ມັນຕົ້ນ ເພາະມັນແມ່ນພືດຊະນິດໜຶ່ງໃນບໍ່ເທົ່າໃດຊະນິດທີ່ສາມາດຈະເລີນເຕີບໂຕໄດ້ ທາມກາງການປ່ຽນແປງດິນຟ້າອາກາດ.
ການຄົ້ນຄວ້າ CIAT ພິສູດວ່າ “ຫົວມັນຕົ້ນ” ເປັນສິ່ງທີ່ທົນທານຕໍ່ອຸນຫະພູມສູງ ແລະ ຄວາມແຫ້ງແລ້ງ. ແຕ່ພືດທີ່ສາມາດຢູ່ລອດໃນທ່າມກາງການປ່ຽນແປງອຸນຫະພູມ, ເພື່ອທີ່ຈະຮູ້ໃນການປະເຊີນໜ້າ ກັບໄພຂົ່ມຂູ່ຢ່າງເຕັມທີ່, ຕ້ອງໄດ້ມີການຊ່ວຍໃຫ້ພືດ ຂ້າມຜ່ານບັນຫາ ສັດຕູພືດ ເຊິ່ງມານຳການປ່ຽນແປງດິນຟ້າອາກາດ.
ກອງປະຊຸມ ການກະສິກຳຮັບມືທັນກັບສະພາບຟ້າອາກາດໃນບາງກອກ ເຮັດໃຫ້ເຫັນການນຳໜ້າຂອງການກະສິກຳ,  ຊ່ຽວຊານດິນຟ້າອາກາດ ແລະ ການພັດທະນາ, ກໍຄືຕາງໜ້າລັດຖະບານຈາກ 14
ປະເທດໃນເອເຊຍໃຕ້ ແລະ ຕາເວັນອອກສຽງໃຕ້, ເຊິ່ງໄດ້ນຳເອົາປະສົບການ ທີ່ໃກ້ຄຽງກັນໃນການປ່ຽນແປງກະສິກຳ, ໄດ້ມີການປຶກສາຫາລືການຄົ້ນຄວ້າລ້າສຸດກ່ຽວກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ຄວາມໝັ້ນຄົງດ້ານອາຫານ, ແລະ ກຳນົດເອົາບູລິມະສິດເພື່ອສ້າງໃຫ້ “ການກະສິກຳເທົ່າທັນກັບການປ່ຽນແປງດິນຟ້າອາກາດ.” ຂົງເຂດດັ່ງກ່າວນີ້ເປັນບ້ານຂອງປະຊາກອນໂລກກວ່າ 30%,
ແຕ່ເປັນບ່ອນທີ່ມີປະຊາກອນເຄິ່ງໜຶ່ງຂອງໂລກທຸກຍາກ ແລະ ຂາດແຄນອາຫານ. ການກະສິກຳ ເປັນກະດູກສັນຫຼັງຂອງເສດຖະກິດທັງໝົດໃນຂົງເຂດ, ເຊິ່ງເກືອບ 50% ຂອງປະຊາກອນ ອາໄສໃນພາກສ່ວນດັ່ງກ່າວເພື່ອອາຫານ ແລະ ການດຳລົງຊີວິດ.

ການກະສິກຳ, ພ້ອມດ້ວຍປ່າໄມ້ ແລະ ການປ່ຽນແປງການນຳໃຊ້ທີ່ດິນ, ມີສ່ວນກ່ຽວພັນໜຶ່ງໃນສາມ ຂອງການປ່ອຍທາດອາຍພິດເຮືອນແກ້ວໃນທົ່ວໂລກ ແລະ ວິທີການທີ່ລ້ຳສະໄໝສຸດໃນການຫຼຸດຜ່ອນທາດ ອາຍພິດເຮືອນແກ້ວຖືກພັດທະນາໃນອາຊີຕາເວັນອອກສຽງໃຕ້, ໜຶ່ງໃນຜູ້ນຳການສົ່ງອອກເຂົ້າ ແລະ ມັນຕົ້ນໄປໃຫ້ທົ່ວໂລກ.

ໃນຫວຽດນາມ, ຊາວກະສິກອນບາງຄົນເຊົາການເຮັດນາມາເຮັດຟາມກຸ້ງເພື່ອຮັບມືກັບການເພື່ອຂຶ້ນຂອງຄວາມເຄັມ ແລະ ການປ່ຽນແປງໃນຊັບພະຍາກອນນ້ຳ. ນັກວິທະຍາສາດກຳລັງເຮັດວຽກ ກັບຊາວກະສິກອນ ເພື່ອກະຈາຍຄວາມຫຼາກຫຼາຍໃນປະເທດສາມາຫຼ່ຽມແມ່ນ້ຳຂອງທີ່ສາມາດທົນກັບການຖ້ວມຂອງນ້ຳທະເລເປັນວົງກວ້າງ, ການເພີ່ມຂຶ້ນຂອງນ້ຳ ແລະ ດິນທີ່ເປັນກົດ, ເພີ່ມລະດັບມົນລະພິດ ແລະ ການທຳລາຍຂອງພະຍາດ ແລະ ສັດຕູພືດຊະນິດໃໝ່ ໃນຂະນະທີ່ມີການເພີ່ມຂຶ້ນ ໃນຄວາມຕ້ອງການໃຊ້ນ້ຳຂອງພືດ ແລະ ການຖິ້ມຮ່ອງການການປ່ອຍທາດທາຍພິດເຮືອນແກ້ວ. “ການບັນທຶກນ້ຳຖ້ວມໃນໄທຂອງປີກາຍນີ້ ແລະ ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເກີດຂຶ້ນກ່ອນມີການບັນທຶກໄພແຫ້ງແລ້ງໃນປີ 2010.

ເຫດການພູມອາກາດເຫຼົ່ານີ້ ແລະ ບ່ອນອື່ນໆໄດ້ເຮັດໃຫ້ລາຄາອາຫານສູງຂຶ້ນ,” ທ່ານ Bruce Campbell ຫົວໜ້າແຜນງານ CCAFS ກ່າວ “ຍ້ອນການປ່ຽນແປງສະພາບດິນຟ້າອາກາດໃນທາງໃຕ້ ແລະ ອາຊີຕາເວັນອອກສຽງ ໃຕ້ຄາດວ່າຈະເຮັດໃຫ້ການຜະລິດກະສິກຳຫຼຸດລົງ50%ໃນສາມຮອບສິບປີຕໍ່ໄປ, ການກະສິກຳຕ້ອງໄດ້ຮັບໝາກຜົນ, ຍືດຍຸ່ນ ແລະ ເປັນມິດຕໍ່ສະພາບດິນຟ້າອາກາດຫຼາຍຂຶ້ນ. ກະສິກຳຕ້ອງບໍ່ອີງອາໄສຕາມ ສະພາບຂອງດິນຟ້າອາກາດ ແຕ່ຕ້ອງໄດ້ປັບໃຫ້ທ່ວງທັນກັບການປ່ຽນແປງດິນຟ້າອາກາດ.”

 

ແຫຼ່ງທີມາຂໍ້ມູນ: