ປູກໝາກແຕ່ງ ພຽງເດືອນດຽວໄດ້ຂາຍ
ການເຮັດສວນຄົວປູກພືດຜັກ, ໝາກຖົ່ວ, ໝາກແຕງກໍແມ່ນອີກອາຊີບໜຶ່ງທີ່ຄົວລາວເຮົາເຈົ້າຂ້ອຍ
ມີຄວາມນິຍົມກັນເຮັດ, ເປັນອາຊີບດັ້ງເດີມລອງມາຈາກການເຮັດໄຮ່ ແລະເຮັດນາທີ່ໄດ້ສືບທອດມາຈາກປູ່ຍ່າຕາຍາຍຫຼາຍເຊັ່ນຄົນແລ້ວ ຊຶ່ງແຕ່ລະຍຸກແຕ່ລະສະໄໝແມ່ນໄດ້ມີການປັບປຸງທາງດ້ານເຕັກນິກການປູກ ແລະການເຮັດຈົນຮອດຍຸກປະຈຸບັນຈຶ່ງໄດ້ຫັນການຜະລິດໃຫ້ກາຍເປັນສິນຄ້າຫາລາຍໄດ້ເພື່ອພັດທະນາຄອບຄົວໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ເໝືອນດັ່ງຄອບຄົວຂອງ ທ້າວ ທອງພຸດ (ຈ່ອຍ) ອາຍຸ 43 ປີ ແລະນາງ ບຸນຮົງ ອາຍຸ 41 ປີ ທັງສອງຜົວເມຍນີ້ແມ່ນຢູ່ບ້ານນາແຄ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີອາຊີບໃນການ ເຮັດນາ ແລະເຮັດສວນ.
ທ້າວ ທອງພຸດ (ຈ່ອຍ) ເຈົ້າຂອງສວນໝາກແຕ່ງໄດ້ໃຫ້ຮູ້ວ່າ: ຕົນເອງພ້ອມດ້ວຍຄອບຄົວໄດ້ມີອາຊີບເຮັດນາ ແລະສວນທີ່ໄດ້ສືບທອດມາຈາກພໍ່ແມ່, ຍ້ອນວິຊາຄວາມຮູ້ດ້ານອື່ນຂອງຕົນເອງບໍ່ມີເກີດໄດ້ໃຫຍ່ມາເຫັນແຕ່ພໍ່ແມ່ເພິ່ນພາເຮັດອາຊີບນີ້ຈຶ່ງໄດ້ສືບຕໍ່ຈາກພວກເພິ່ນ, ແຕ່ລະປີແມ່ນໄດ້ອາໃສແຕ່ນາທົ່ງໜຶ່ງທີ່ເປັນຊັບສົມບັດຊິ້ນສຸດທ້າຍຂອງເພິ່ນຝາກໄວ້ໃຫ້ ຊຶ່ງມີເນື້ອທີ່ປະມານ 2 ເຮັກຕາກວ່າ ຕັ້ງຢູ່ເສັ້ນທາງຕັດໃໝ່ 450 ປີ ເປັນບ່ອນທຳການຜະລິດຕະຫຼອດປີຮອດລະດູຝົນມາແມ່ນໄດ້ລົງມືຄາດໄຖເຮັດນາປູກເຂົ້າ, ເຖິງຍາມແລ້ງມາ ຊຶ່ງນັບແຕ່ເດືອນ 11-12 ແມ່ນໄດ້ລົງມືຄາດໄຖເຮັດສວນປູກຜັກ ແລະໝາກແຕງ ໂດຍໄດ້ຂຸດໜອງໄວ້ໜຶ່ງໜອງ ເພື່ອເປັນບ່ອນຂັງນ້ຳໄວ້ພ້ອມທັງເປັນບ່ອນອາໄສຂອງປາທີ່ມາຈາກແຫຼ່ງນ້ຳທຳມະຊາດ ເມື່ອຮອດຍາມແລ້ງມາແມ່ນເອົານ້ຳມາຫົດສວນ ແລະທັງໄດ້ກິນປານຳພ້ອມ ໃນທ້າຍປີ 2015 ຂອງຕົ້ນເດືອນ 12, ພາຍຫຼັງໄຖ ແລະຄາດແລ້ວກໍໄດ້ລົງມືປູກໝາກແຕງຜັກ ແລະມາຮອດຕົ້ນເດືອນ 1/16 ແມ່ນໄດ້ເລີ່ມເກັບໝາກແຕງຂາຍ ຊຶ່ງມາຮອດວັນທີ 15 ມັງກອນ 2016 ນີ້ແມ່ນເກັບໄດ້ 10 ມື້ແລ້ວ ແລະເກັບໄດ້ມື້ລະປະມານ 11-12 ໝື່ນ ຫຼື ປະມານ 130-140 ກິໂລຕໍ່ມື້ ແລະຂາຍເປັນໝື່ນໆລະ 20.000 ກີບ ຊຶ່ງມື້ໜຶ່ງມີລາຍຮັບຈາກການຂາຍໝາກແຕງໄດ້ປະມານ 240.000-250.000 ກີບ ແລະບາງມື້ກໍໄດ້ຫຼາຍກວ່ານັ້ນການເກັບກູ້ໝາກແຕງຍັງອີກປະມານ 20 ວັນ ໃນຂ້າງໜ້າກໍຈະໝົດ ແລະຫຼັງຈາກນັ້ນກໍໄດ້ເລີ່ມຮື້ ແລະໄຖຄາດຄືນອີກເພື່ອປູກໝາກແຕງຊຸດໃໝ່ຕໍ່ໄປເຮັດແບບນີ້ໄປເລື້ອຍໆ ຈົນຮອດລະດູນາຈຶ່ງໄດ້ເຮັດນາ, ການເຮັດສວນ ແມ່ນໄດ້ຍ້າຍຂຶ້ນມາເຮັດຢູ່ເທິງດິນໂນນ, ເພື່ອບໍ່ໃຫ້ນ້ຳຖ້ວມສວນ ການເຮັດນາແມ່ນປີລະເທື່ອ ແຕ່ເຮັດສວນແມ່ນຕະ ຫຼອດທັງປີ.
ທ້າວ ທອງພຸດ (ຈ່ອຍ) ຍັງ ໄດ້ໃຫ້ຮູ້ຕື່ມອີກວ່າ: ການລົງທຶນໃນການເຮັດສວນໝາກແຕງກໍບໍ່ໄດ້ນຳ ໃຊ້ທຶນຫຼາຍພໍເທົ່າໃດເຊັ່ນ: ການໄຖຄາດ ແລະການປູກກໍແມ່ນຕົນເອງພ້ອມຄອບຄົວຊ່ວຍກັນເຮັດ, ຊື້ນ້ຳມັນໃສ່ລົດໄຖກໍບໍ່ໝົດຫຼາຍ, ຫຼັງຈາກປູກແລ້ວໆກໍແມ່ນມີການ ບົວລະບັດຮັກສາດ້ວຍການລົງທຶນ ຊື້ຝຸ່ນຄອກເປັດຄອກໄກ່ມາໃສ່ເດືອນລະ 4 ຄັ້ງ ຊຶ່ງມີທັງໝົດ 40 ເປົາໆລະ 10.000 ກີບ ຄິດສະເລ່ຍແລ້ວ ການລົງທຶນເຮັດສວນໝາກແຕງແມ່ນບໍ່ເກີນໜຶ່ງລ້ານກີບ ແຕ່ມີລາຍຮັບຈາກການຂາຍໝາກແຕງໄດ້ປະມານ 7 ລ້ານກີບຕໍ່ ເດືອນບໍ່ຫຼຸດ.
ທ້າວ ທອງພຸດ (ຈ່ອຍ) ພ້ອມຄອບຄົວ ເຖິງຈະບໍ່ມີຄວາມຮູ້ ຫຼື ຈົບວິຊາສະເພາະໃດໜຶ່ງມາກ່ອນກໍຕາມ, ແຕ່ຍ້ອນຄວາມອົດທົນພາກພຽນ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ຕ່າງຝ່າຍຕ່າງກໍໃຫ້ກຳລັງໃຈເຊິ່ງກັນແລະກັນ, ຈຶ່ງສາມາດເບິ່ງແຍງ ແລະລ້ຽງດູຄອບຄົວດ້ວຍການເອົາອາຊີບເຮັດນາ ແລະສວນເປັນທີ່ເພິ່ງຈົນມາຮອດເທົ່າທຸກວັນນີ້.
ແຫຼ່ງທີ່ມາ: http://www.sedthakid.la/business/2015-07-22-16-08-11/item/4152-planting-fruit