ຢ່າລືມ ພົບກັນທີ່ເດີນຈອດລົດສູນການຄ້າລາວ-ໄອເຕັກ ທ່ຽວຊົມງານຕະຫລາດນັດຜະລິດຕະພັນກະສິກຳ
ເພື່ອຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 51/ນຍ. ລົງວັນທີ30/8/2019. ວ່າດ້ວຍການສົ່ງເສີມການຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ ແລະ ຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ໃຫ້ນັບມື້ຫລຸດລົງ, ເພື່ອປູກຈິດສຳນຶກໃຫ້ປະຊາຊົນ, ອົງການຈັດຕັ້ງພາກລັດ ແລະ ເອກະຊົນໄດ້ຊົມໃຊ້ສິນຄ້າທີ່ຄົນລາວຜະລິດພາຍໃນປະເທດຫລາຍຂື້ນເວົ້າລວມ,
ເວົ້າສະເພາະກໍ່ເພື່ອສົ່ງເສີມການຜະລິດພາຍໃນໃຫ້ມີບ່ອນຈຳຫນ່າຍ, ສ້າງເງື່ອນໄຂສະດວກແກ່ຜູ້ຜະລິດ ແລະ ຜູ້ຊື້ໄດ້ມີການພົບປະແລກປ່ຽນຂໍ້ມູນຮ່ວມກັນເພື່ອເຈລະຈາຊື້ຂາຍໃນຕໍ່ຫນ້າ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີບັນຍາກາດຄຶກຄື້ນ, ອີກຢ່າງໜຶ່ງກໍ່ເປັນການສ້າງຂະບວນການຂ່ຳນັບຕ້ອນຮັບກອງປະຊຸມສະໄຫມສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ຢາງເປັນທາງການ ແລະ ທັງເປັນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ, ທາງກອງເລຂາຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ ຂໍເຊີນຍັງບັນດາອົງການຈັດຕັ້ງລັດ,ເອກະຊົນ ແລະ ພໍ່ແມ່ນປະຊາຊົນທ່ຽວຊົມງານຕະຫລາດນັດຜະລິດຕະພັນກະສິກຳ ທີ່ຈະຈັດຂື້ນໃນຄັ້ງວັນທີ 30/11-01/12/2019 ທີ່ເດີ່ນສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ. ພາຍໃນງານທ່ານຈະໄດ້ທ່ຽວຊົມ ແລະ ເລືອກຊື້ສິນຄ້າກະສິກຳພືດພັກ,ພັກອີນຊີ,ສິນຄ້າໂອດ໋ອບ,ອຸດສາຫະກຳປຸງແຕ່ງ ແລະ ສິນຄ້າຄອບຄົວຕົວແບບທີ່ມາຈາກ 9 ຕົວເມືອງທົ່ວນະຄອນຫລວງວຽງຈັນ.
ຫມາຍເຫດ: ຢ່າລືມ ວັນທີ 30/11-1/12/2019 ນີ້ພົບກັນທີ່ເດີນຈອດລົດສູນການຄ້າລາວ-ໄອເຕັກ ເລີ່ມແຕ່ເວລາ 6:00 ໂມງເຊົ້າເປັນຕົ້ນໄປ.
ແຫຼ່ງຂ່າວ: Medialaos Massmedia