ພາລະບົດບາດ ຂອງພະແນກແຜນການ
ຂໍ້ຕົກລົງ
ຂອງກົມປູກຝັງ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ
ພະແນກແຜນການ
- ອີງຕາມ ຕາມຂໍ້ຕົກລົງ ຂອງລັດຖະມົນຕີ ວ່າການ ກະຊວງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0264/ກປ, ລົງວັນທີ 16/03/2009, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມປູກຝັງ.
- ອີງຕາມ ການຄົ້ນຄວ້າ ແລະ ສະເໜີ ຂອງຄະນະອະນຸກຳມະການປັບປຸງການຈັດຕັ້ງ ຂອງກົມປູກຝັງ ສະບັບເລກທີ 0281/ກປຝ, ລົງວັນທີ 19/03/2009
- ອີງຕາມ ການສະເໜີຂອງພະແນກ ບໍລິຫານ, ກົມປູກຝັງ.
ກົມປູກຝັງ ອອກຂໍ້ຕົກລົງ
ໝວດທີ I
ບັນຢັດທົ່ວໄປ
ມາດຕາ 1. ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ໄດ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງ ປະກອບການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງພະແນກແຜນການ ແນ່ໃສ່ຄຸ້ມຄອງ ວຽກງານແຜນການ, ງົບປະ ມານ, ຂໍ້ມູນຂ່າວສານ ດ້ານປູກຝັງ, ຕິດຕາມປະເມີນຜົນ ແລະ ວຽກງານຮ່ວມມືກັບຕ່າງ ປະເທດ ໃຫ້ເປັນລະບົບທີ່ເປັນເອກະພາບ ສອດຄ່ອງຕາມນະໂຍບາຍ ການຄຸ້ມຄອງ ແລະ ພັດທະນາ ຂະແໜງການປູກຝັງ ໃຫ້ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ.
ມາດຕາ 2. ທີ່ຕັ້ງ ແລະ ພາລະບົດບາດ
ພະແນກແຜນການ ການຂຽນຕົວອັກສອນຫຍໍ້ວ່າ: “ກຜກ” ເປັນພະແນກການ ໜຶ່ງທີ່ສັງກັດ ໃນໂຄງປະກອບການຈັດຕັ້ງ ຂອງກົມປູກຝັງ ມີພາລະບົດບາດເປັນເສນາທີການ ໃຫ້ແກ່ຫົວໜ້າກົມປູກຝັງ ແລະ ເປັນໃຈກາງປະສານງານ ແຜນການ, ງົບປະມານ, ຂໍ້ມູນຂ່າວສານ ດ້ານປູກຝັງ ຕິດຕາມ ແລະ ປະເມີນຜົນ ແລະ ວຽກງານຮ່ວມມືກັບຕ່າງປະເທດ ພ້ອມທັງຕິດຕາມບົດລາຍງານການເຄື່ອນໄຫວ ວຽກງານວຽກງານ ຂະແໜງ ການປູກຝັງ ໃນຂອບເຂດທົ່ວປະເທດ ບົນພື້ນຖານນະໂຍບາຍ ແລະ ທິດທາງພັດທະນາວຽກງານດ້ານປູກຝັງ.
ໝວດທີ II
ໜ້າທີ່ ແລະ ຂອບເຂດສິດ
ມາດຕາ 3. ໜ້າທີ່
3.1. ຄົ້ນຄວ້າ, ຜັນຂະຫຍາຍແນວທາງນະໂບບາຍຂອງພັກ-ລັດ ແລະ ຍຸດທະສາດການ ພັດ ທະນາຂະແໜງການກະສິກຳ ແລະ ປ່າໄມ້ ໃຫ້ເປັນແຜນພັດທະນາ, ສ້າງເປັນແຜນການຜະລິດ ແລະ ໂຄງການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການພັດທະນາ ການປູກພືດຕ່າງໆ ເພື່ອຮັບປະກັນການຜະລິດສະບຽງອາຫານ ແລະ ການຜະລິດພືດເປັນສີນຄ້າ.
3.2. ເກັບກຳ, ສັງລວມປຸງແຕ່ງຂໍ້ມູນ ແລະ ວິໄຈຂໍ້ມູນ ຂ່າວສານການຜະລິດ ຂອງຂະແໜງການປູກຝັງ ຈາກທ້ອງຖິ່ນຕ່າງໆ ໃນແຕ່ລະໄລຍະ ເພື່ອສະໜອງຂໍ້ມູນຂ່າວສານ ໃຫ້ແກ່ຂັ້ນເທິງ ແລະ ສັງຄົມເປັນປົກກະຕິ.
3.3. ສ້າງ ແລະ ພັດທະນາວຽກງານຂໍ້ມູນຂ່າວສານດ້ານປູກຝັງ ພ້ອມທັງໂຄສະນາເຜີຍແຜ່ ແລະ ຊຸກຍູ້ຕິດຕາມ ວຽກງານຂໍ້ມູນຂ່າວສານ ຢ່າງເປັນລະບົບໃນຂອບເຂດທົ່ວປະເທດ.
3.4. ສ້າງແຜນຄວາມຕ້ອງການ ແລະ ຄຸ້ມຄອງການໃຊ້ງົບປະມານ ນັບທັງທືນພາຍໃນ, ທືນຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດ ທີ່ກົມປູກຝັງຄຸ້ມຄອງໃຫ້ມີປະສິດທິຜົນ.
3.5. ເປັນເຈົ້າການຕິດຕາມ ແລະ ປະເມີນຜົນ ການຈັດຕັງປະຕິບັດ ແລະ ງົບປະມານ, ໂຄງການ, ງົບປະມານແຊກຄຸມ, ໂຄງການຊ່ວຍເຫຼືອ ແລະ ທືນກູ້ຢືມຈາກສາກົນຕ່າງໆ ເພື່ອຮັບໃຊ້ການພັດທະນາ ຂະແໜງການປູກຝັງ.
3.6. ສັງລວມວຽກງານການພົວພັນ, ຮ່ວມມືກັບຕ່າງປະເທດ ຫຼື ອົງການຈັດຕັ້ງສາກົນຕ່າງໆ ໃນການຍາດແຍ່ງການຊ່ວຍເຫຼືອດ່ານທືນຮອນ, ເຕັກນິກວິຊາການ ທີ່ກ້າວໜ້າເພື່ອການພັດທະນາ ຂະແໜງປູກຝັງ ຕາມການຕົກລົງເຫັນດີ ຂອງຫົວໜ້າກົມປູກຝັງ.
3.7. ປະຕິບັດວຍກງານອື່ນໆຕາມການຕົກລົງ ແລະ ການມອບໝາຍຈາກ ຫົວໜ້າກົມປູກຝັງ.
ມາດຕາ 4. ຂອບເຂດສິດ
4.1. ຄົ້ນຄວ້າ ແລະ ປະກອບຄຳເຫັນ ຕໍ່ຮ່າວແຜນການຂອງກົມ ແລະ ບັນດາພະແນກ, ສູນ ຕ່າງໆ ອ້ອມຂ້າງກົມ ແລະ ຂະແໜງການປູກ ໃນຂອບເຂດທົ່ວປະເທດ.
4.2. ສ້າງ ແລະ ສັງລວມງົບປະມານ ແລະ ສະເໜີການສະໜັບສະໜູນ ຊ່ວຍເຫຼືອຈາກພາກ ສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບໃຊ້ເຂົ້າໃນການພັດທະນາ ຂະແໜງການການປູກຝັງ.
4.3. ຄຸ້ມຄອງ, ຕິດຕາມ ແລະ ການກວດກາຈັດຕັ້ງປະຕິບັດ ງົບປະມານຂອງກົມປູກຝັງເພື່ອໃຫ້ຖືກຕ້ອງຕາມ ລະບຽບກົດໝາຍ ແລະ ຫຼັກການຄຸ້ມຄອງງົບປະມານແຫ່ງລັດ.
4.4. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສ້າງແຜນປັບປຸງລະບົບຂໍ້ມູນຂ່າວສານດ້ານການປູກຝັງ ໃນຂອບເຂດທົ່ວປະເທດ.
4.5. ແລກປ່ຽນ, ເຜີຍແຜ່, ສະໜອງ ແລະ ບໍລິການຂໍ້ມູນຂ່າວສານດ້ານປູກຝັງ ບົນພື້ນຖານລະບຽບກົດໝາຍ ແລະ ການມອບໝາຍຂອງຂັ້ນເທິງ.
4.6. ປະສານສົມທົບກັບການຈັດຕັ້ງທີ່ກ່ຽວຂ້ອງ ພາກລັດ ແລະ ພາກເສດຖະກິດ ໃນລະດບັບສູນການ ແລະ ລະດັບທ້ອງຖີ່ນ, ເພືອຈັດຕັ້ງປະຕິບັດວຽກງານແຜນການ, ງົບປະມານ, ວຽກງານຂໍ້ມູນຂ່າວສານ, ວຽກງານສະຖິຕິ ແລະ ວຽກງານຮ່ວມມືທີ່ກ່ຽວຂ້ອງກັບຂະແໜງ ການປູກຝັງ.
4.7. ຄົ້ນຄວ້າ ແລະ ນຳສະເໜີກ່ຽວກັບການສ້າງຕັ້ງ, ປັບປຸງ ຫຼື ຍຸກເລີກກົງຈັກການຈັດຕັ້ງ, ຕຳແໜ່ງງານ, ໂຄງປະກອບບຸກຄະລາກອນ ແລະ ປັບປຸງລະບົບແບບແຜນວິທີເຮັດວຽກ ໃນຂັ້ນການຄຸ້ມຄອງຂອງຕົນ.
4.8. ນຳສະເໜີຫົວໜ້າກົມປູກຝັງ ປະຕິບັດນະໂຍບາຍຕໍ່ພະນັກງານ ພາຍໃນພະແນກແຜນ ການ ໃນການແຕ່ງຕັ້ງ, ເລື່ອນຊັ້ນ, ຍ້ອງຍໍ, ສັບຊ້ອນ, ຍົກຍ້າຍໜ້າທີ່ ແລະ ປະຕິບັດວິໄນ.
4.9. ຄຸ້ມຄອງ ແລະ ນຳໃຊ້ຊັບສົມບັດ ວັດຖຸສິ່ງຂອງ, ພາຫະນະ ແລະ ງົບປະມານພາຍໃນພະແນກ ຕາມການມອບໝາຍ ຂອງຫົວໜ້າ ກົມປູກຝັງ.
4.10. ຈັດຕັ້ງ ແລະ ເຂົ້າຮ່ວມ ກອງປະຊຸມ, ການສຳມະນາ ແລະ ການຝືກອົບຮົມດ້ານວິຊາການແລກປ່ຽນບົດຮຽນດ້ານວິຊາການ ກ່ຽວກັບ ວຽກງານແຜນການ, ວຽກງານສະຖິຕິ, ວຽກງານຂໍ້ມູນຂ່າວສານ ແລະ ວຽກງານຮ່ວມມື ຢູ່ພາຍໃນ ແລະ ຕ່າງປະເທດ ຫຼື ຕາມການຕົກລົງ ແລະ ມອບໝາຍຈາກຫົວໜ້າ ກົມປູກຝັງ.
ໝວດທີ III
ວ່າ ດ້ວຍ ໂຄງ ປະກອບ ການຈັດຕັ້ງ
ມາດຕາ 5. ໂຄງ ປະກອບ ການຈັດຕັ້ງ
5.1. ພະແນກແຜນການ ປະກອບດ້ວຍ ຫົວໜ້າພະແນກ 1 ທ່ານ ແລະ ຮອງຫົວໜ້າພະແນກຈຳນວນໜຶ່ງ, ເຊິ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງ ຈາກລັດຖະມົນຕີວ່າການ ກະ ຊວງ ກະສິກຳ ແລະ ປ່າໄມ້ ຕາມການສະເໜີຂອງ ຫົວໜ້າກົມປູກຝັງ ແລະ ການເຫັນດີ ຂອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ.
5.2. ພະແນກແຜນການ ຍັງມີຫົວໜ້າ ແລະ ຮອງຂະແໜງ, ຈຳນວນໜຶ່ງ ໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງ ຈາກລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຕາມການສະເໜີຂອງຫົວໜ້າພະແນກ ແລະ ຫົວໜ້າກົມປູກຝັງ ແລະ ການເຫັນດີຂອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ.
ມາດຕາ 6. ໂຄງ ປະກອບ ກົງຈັກ
ພະແນກແຜນການ ປະກອບ ດ້ວຍ 3 ຂະ ແໜງຄື:
1. ຂະແໜງ ແຜນການ ແລະ ງົບປະມານ.
2. ຂະແໜງ ຂໍ້ມູນຂ່າວສານ ແລະ ງົບປະມານ.
3. ຂະແໜງ ຮ່ວມມື
6.1 ໜ້າທີ່ຂອງ ຂະ ແໜງ ແຜນການ ແລະ ງົບປະມານ
1) ຄົ້ນຄວ້າຮ່າງນະໂຍບາຍ ແລະ ແຜນຍຸດທະສາດ ການພັດທະນາ ຂະແໜງການປູກ ຝັງ ໃນແຕ່ລະໄລຍະ.
2) ສ້າງແຜນງົບປະມານ ແລະ ຄຸ້ມຄອງ ກວດກາການນຳໃຊ້ງົບປະມານໂຄງການ ແຊກຄຸມ ການລົງທືນຂອງລັດ, ທືນຊ່ວຍເຫຼືອ ແລະ ທືນກູ້ຍືມຈາກຕ່າງປະເທດ.
3) ສະເໜີຂໍນຳໃຊ້ງົບປະມານ ໂຄງການແຊກຄຸມ ວີຊາການປະຈຳງວດ ແລະ ປະຈຳປີ ພາຍໃນກົມປູກຝັງ.
4) ສັງລວມ ແລະ ສາງແຜນການຜະລິດ ພືດລະດູແລ້ງ, ພືດລະດູຝົນ, ແຜນປະຈຳປີ ແລະ ແຜນການຜະລິດພືດ ໄລຍະ 5 ປີ, 10 ປີ.
5) ສະຫຼຸບສັງລວມ ການຈັດຕັ້ງປະຕິບັດແຜນການຜະລິດລະດູແລ້ງ, ພືດລະດູຝົນ ແລະ ການຜະລິດພືດ ປະຈຳປີ.
6) ສ້າງຄູ່ມື ແລະ ບົດແນະນຳພາຍໃນ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ງົບປະມານ ຂອງກົມປູກຝັງ.
7) ຈັດຕັ້ງປະຕິບັດວຽກງານ ຕາມການມອບໝາຍຂອງຫົວໜ້າກົມປູກຝັງ.
6.2. ຂະ ແໜງຂໍ້ ມູນ ຂ່າວສານ ແລະ ປະ ເມີນ ຜົນ
1) ສ້າງ ແລະ ປັບປຸງຂໍ້ມູນຂ່າວສານ, ຕິດຕາມ, ເກັບກຳ, ສັງລວມ, ປຸງແຕ່ງ ແລະ ວິໄຈຂໍ້ມູນຂ່າວສານ ການຜະລິດພືດ, ລວມທັງການຈັດພີມເຜີຍແຜ່.
2) ຕິດຕາມ ແລະ ປະເມີນຜົນເປັນແຕ່ລະໄລຍະ ຂອງການຈັດຕັ້ງປະຕິບັດບັນດາໂຄງ ການ ແລະ ກິດຈະກຳຕ່າງໆ ທີ່ນຳໃຊ້ງົບປະມານຂອງລັດ, ທືນກູ້ຢືມ ແລະ ທືນຊ່ວຍເຫຼືອ ຈາກພາຍໃນ ແລະ ຕ່າງປະເທດ.
6.3. ຂະ ແໜງ ຮ່ວມ ມື
1) ສັງລວມ ແລະ ປະສານວຽກງານ ໃນການຍາດແຍ່ງ ການຊ່ວຍເຫຼືອ ທັງພາຍໃນແລະ ຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ກ່ຽວກັບວຽກງານປູກຝັງ.
2) ຕິດຕາມ ແລະ ສັງລວມ ສະພາບການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງີນ.
ໝວດທີ IV
ແບບແຜນວິທີເຮັດວຽກ
ມາດຕາ 7. ພະແນກແຜນການເຄື່ອນໄຫວ ແລະ ດຳເນີນງານ ຕາມຫຼັກການ ລວມ ດັ່ງນີ້:
7.1. ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບສົມ ທົບກັບການປະຕິບັດ ລະບອບຫົວໜ້າດຽວ ຕາມລະບົບແບ່ງຂັ້ນຄຸ້ມຄອງ ບົນພື້ນຖານມີການແບ່ງງານກັນລະອຽດຈະແຈ້ງໃນໝູ່ຄະນະ, ພ້ອມທັງມອບຄວາມຮັບຜິດຊອບ ແລະ ສິດໃນການຕັດສິນບັນຫາ ພາຍໃນຂອບເຂດ ແຕ່ລະຂັ້ນພາຍໃນພະແນກ.
7.2. ຫົວໜ້າພະແນກ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຫົວໜ້າກົມປູກຝັງ ກ່ຽວກັບຜົນສຳເລັດແລະ ຂໍ້ຂາດຕົກບົກຜ່ອງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ.
ຮອງຫົວໜ້າພະແນກ ມີໜ້າທີ່ຊ່ວຍຫົວໜ້າພະແນກ ແລະ ລົງເລິກຮັບຜິດຊອບວຽກ ງານຂະແໜງການໃດໜຶ່ງ ຕາມການແບ່ງງານ ແລະ ມອບໝາຍຂອງຫົວໜ້າພະແນກ.
7.3. ບັນດາຫົວໜ້າຫົວໜ້າຂະແໜງ ແລະ ຫົວໜ້າໜ່ວຍງານ ທີ່ຂື້ນກັບພະແນກແຜນການ ມີໜ້າທີ່ຮັບຜິດຊອບ ດຳເນີນການຈັດຕັ້ງ ປະຕິບັດ ແຜນການເຄື່ອນໄຫວວຽກງານ ຂອງພະແນກຕົນໃຫ້ສຳເລັດ ແລະ ມີປະສິດທິຜົນສູງ.
7.4. ພົວພັນ ແລະ ປະສານສົມທົບກັບບັນດາພະແນກ, ສູນ, ໂຄງການ ທີ່ຂື້ນກັບກົມປູກຝັງແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຕາມການມອບໝາຍຂອງ ຫົວໜ້າກົມປູກຝັງ ເພື່ອຈັດຕັ້ງປະຕິບັດວຽກງານ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.
7.5. ປະຕິບັດລະບອບປະຊຸມ, ສອງແສງລາຍງານປະຈຳອາທິດ, ປະຈຳເດືອນ, ປະຈຳ 3ເດືອນ, ປະຈຳ 6 ເດືອນ, ປະຈຳປີ ແລະ ສະຫຼຸບສັງລວມ ວຽກງານຮອບດ້ານ ຂະພະແນກແຜນການ ເພື່ອລາຍງານໃຫ້ ຫົວໜ້າກົມປູກຝັງ.
ໝວດທີ V
ບົດ ບັນຍັດ ສຸດ ທ້າຍ
ມາດຕາ 8. ການ ຜັນ ຂະຫຍາຍ
ມອບໃຫ້ພະແນກ ແຜນການຜັນຂະຫຍາຍຂໍ້ຕົກລົງສະບັບນີ້ ໃຫ້ເປັນກົດລະບຽບພາຍໃນ ຂອງຕົນ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ.
ມາດຕາ 9. ການຈັດຕັ້ງປະຕິບັດ
ບັນດາພະແນກແຜນການ, ສູນ, ໂຄງການທີ່ຂື້ນກັບ ກົມປູກຝັງ ແລະ ພາກສ່ວນທີ່ກ່ຽວ ຂ້ອງອື່ນໆ ຈົ່ງຮັບຮູ້ແລະ ຈັດຕັ້ງປະຕິບັດ ຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
ມາດຕາ10.ຂໍ້ຕົກລົງສະບັບນີ້ ໃຊ້ປ່ຽນແທນຂໍ້ຕົກລົງຂອງ ຫົວໜ້າກົມປູກຝັງ ສະບັບເລກທີ 0495/ ກປຝ, ລົງວັນທີ 11/07/2008 ແລະ ມີຜົນສັກສິດນຳໃຊ້ໄດ້ນັບຕັ້ງແຕ່ມື້ລົງລາຍເຊັນເປັນ ຕົ້ນໄປ.
ຫົວໜ້າກົມປູກຝັງ