ກອງປະຊຸມປຶກສາຫາລືເນື້ອໃນ ການກະກຽມເຮັດບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຈັດຕັ້ງປະຕິບັດໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍ ເຄືອຂ່າຍກະສິກໍາ (CLEAN Project)
ໃນວັນທີ 19/06/2018 ຜ່ານມາ, ກົມປູກຝັງ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ກະກຽມເນື້ອໃນການກະກຽມເຮັດບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຈັດຕັ້ງປະຕິບັດ ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກໍາ (Creating Linkages for Expanded Agriculture Network “CLEAN”), ພາຍໃຕ້ເປັນປະທານ ຂອງ ທ່ານ ບຸນຈັນ ກົມບຸນຍະສິດ ຮອງຫົວໜ້າກົມປູກຝັງ, ມີບັນດາ ຫົວໜ້າຫ້ອງການປົກຄອງແຂວງ, ຮອງຫົວໜ້າຫ້ອງການປົກຄອງແຂວງ, ຫົວໜ້າພະແນກ, ຮອງພະແນກພະແນກກະສິກໍາ ແລະ ປ່າໄມ້, ຫົວໜ້າພະແນກ, ຮອງພະແນກ